1. ຂິ້ໝິ້ນ (Turmeric):
ເປັນພືດລົ້ມລຸກໃນວົງຂອງຂິງ ມີຖິ່ນກຳເນີດໃນເອເຊຍຕາເວັນອອກສ່ຽງໃຕ້.
ມີເຫງົ້າຢູ່ລຸ່ມດິນ ເນື້ອໃນຂອງເຫງົ້າມີສີເຫຼືອງ, ສົ້ມ ແລະ ສີແດງຈັດກໍ່ມີ.
2. ລັກສະນະທາງພືດສາດ:
ຂິ້ໝິ້ນເປັນໄມ້ລົ້ມລຸກ ອາຍຸຫຼາຍປີ ສູງ 30–95 cm. ເຫງົ້າຢູ່ລຸ່ມດິນ. ມີລັກສະນະຕຸ້ຍສັ້ນຍາວແຕກຕ່າງກັນໄປ
ແຕກງອກອອກດ້ານຂ້າງສອງດ້ານ. ເປັນພືດໃບລ້ຽງດ່ຽວ ໃບຊ້ອນທັບກັນກວ້າງ 12-15 cm. ຍາວ 30-40 cm. ດອກຊໍ່ແທງອອກຈາກເຫງົ້າແຊກຂື້ນມາລະວ່າງກ້ານໃບ
ກີບດອກສີເຫຼືອງອ່ອນ ໃບປະດັບສີຂຽວອ່ອນ ຫຼື ສີນວນ ບານເທື່ອລະ 3-4 ດອກ.
3. ການເພາະປູກ
ຂິ້ໝີ້ນບໍ່ມັກອາກາດຮ້ອນ ແລະ ບ່ອນທີ່ບໍ່ມີຄວາມຊຸ່ມໃນເວລາກາງຄືນ.
ວິທີການປູກແມ່ນໃຊ້ຫົວຂອງມັນທີ່ແຕກງອກອອກມານັ້ນນຳໄປຝັງ ແລ້ວຫົວນ້ຳທຸກມື້ ເມື່ອອາຍຸໄດ້ 7 ມື້ ຮາກຂອງມັນກໍ່ຈະເລີ່ມປົ່ງອອກມາ.
ເມື່ອຮອດອາຍຸ 9-10 ເດືອນຈຶງສາມາດເກັບກ່ຽວໄດ້.
4. ປະໂຫຍດ ແລະ ສັບພະຄຸນ
4.1.
ປະໂຫຍດ
ແກ້ອາການທ້ອງອືດ ຈຸກ ແສບ ແໜ້ນ ອາຫານບໍ່ຍ່ອຍ ອາການແສບຄັນ ແລະ
ແກ້ຫິວ ນຳຂິ້ໝີ້ນມາລ້າງນ້ຳໃຫ້ສະອາດ ບໍ່ຕ້ອງປອກເປືອກອອກ ຊອຍເປັນຕ່ອນນ້ອຍໆບາງໆ
ຕາກແດດແຮງ 1-2 ວັນ
ແລ້ວນຳມາບົດໃຫ້ລະອຽດປະສົມກັບນ້ຳເຜິ້ງ ປັ້ມເປັນເມັດນ້ອຍທໍ່ນີ້ວກ້ອຍ ກິນເທື່ອລະ 2-3
ເມັດ ມື້ລະ 3-4 ເທື່ອ ຫຼັງອາຫານ ແລະ ກ່ອນນອນ
ແຕ່ບາງຄົນເມື່ອກິນຢານີ້ແລ້ວເກີດອາການຈຸສຽບແມ່ນໃຫ້ຢຸດກິນຍານີ້.
4.2.
ສັບພະຄຸນ
1) ມີວິຕາມິນ A, C, E
2) ສະມານບາດແຜໃນກະເພາະອາຫານ
3) ຊ່ວຍຍ່ອຍອາຫານ
4) ທຳຄວາມສະອາດລຳໄສ້
5) ປ່ຽນໄຂມັນເປັນກ້າມເນື້ອ (ເໝາະສຳລັບນັກກ້າມ ແລະ ຜູ້ຫຼຸດນ້ຳໜັກ)
6) ຕ້ານອະນຸມູນອິດສະລະອັນກໍ່ເກີດໂລກມະເລັງໃນຕັບ
7) ສ້າງພູມຄຸ້ມກັນແກ່ຜິວໜັງ
8) ຊ່ວຍຂັບນ້ຳນົມສຳຫຼັບຜູ້ມີລູກ ຮອງຈາກຫົວປີ
9) ສາມາດລົບຮອຍແປ້ວ, ຈຸດດ່າດຳ ໃຫ້ຈ່າງລົງ
10)ສາມາດນຳມາປອກໜ້າຫຼຸດສິວ ແລະ ເຮັດໃຫ້ໜ້າຂາວໃສ
5. ສູດຕ່າງໆ
1)
ສູດພອກຜິວ
ນຳຂິ້ໝີ້ນຜົງມາປົນກັບໝາກຂາມປຽກ
ແລ້ວນຳມາພອກ ຫຼື ຂັດຜິວຕອນອາບນ້ຳ ກໍ່ຈະເຮັດໃຫ້ຜິວຂາວໃສຂຶ້ນ
2)
ສູດພອກໜ້າ
ນຳຂິ້ໝີ້ນຜົງປົນກັບນົມງົວສົດ ຄົນໃຫ້ເຂົ້າກັນ ແລະ
ນຳມາພອກໜ້າ ປະໄວ້ 10-15 ນາທີ
ແລ້ວຈຶ່ງລ້າງອອກ
ຫຼືວ່າ
ຈະລ້າງນ້ຳອຸ່ນກ່ອນ ແລ້ວຈຶ່ງນຳມາພອກ ເພາະນຳອຸ່ນຈະເປີດຮູຂຸມຂົນ ໃຫ້ກວ້າງຂື້ນ ແລະ
ເປີດຮັບວິຕາມິນຕ່າງໆ ໃຫ້ຊຶມໄດ້ຫຼາຍຂື້ນ ແລະ ໄວກວ່າປົກກະຕິ.
ຂິ້ໝີ້ນຍັງສາມາດປົນກັບຫຼາຍໆສິ່ງທີ່ມາດນຳມາພອກໜ້າໄດ້
ຖ້າຫາກວ່າຜູ້ໃດພອກຜິວ ຫຼື ຂັດຜິວບໍ່ວ່າຈະຂັດໄດ້ອັນໃດກໍ່ແລ້ວແຕ່ ເຮົາລີກລ້ຽງແສງແດງ
ແລະ ຄວາມອົບຜິວ ຫຼື ຮົມຢາຊ່ວຍກໍ່ຍິ່ງເຮັດໃຫ້ເຫັນຜົນ.
ເອກະສານອ້າງອີງ


ไม่มีความคิดเห็น:
แสดงความคิดเห็น